Head, Heart, and Hands’ Article Summary in Laotian

ຫົວ, ຫົວໃຈ, ແລະມື

By Dr. Marvin Lorenzana

ຄຳວ່າອັກຂາສາວົກເປັນຄວາມກັງວົນຂອງຂ້ອຍ. ໃຜເປັນຜູ້ຮັບຜິດຊອບສິ່ງນີ້, ອັນໃດແມ່ນການປະຕິບັດທີ່ດີທີ່ສຸດໃນການທີ່ຈະເພີ່ມທະວີອັກຂາສາວົກ, ແລະເປັນຫຍັງຄຣິສຕະຈັກທ້ອງຖິ່ນຈຶ່ງພົບຄວາມຫຍຸ້ງຍາກທີ່ຈະເຮັດຫນ້າທີ່ເປັນອັກຂາສາວົກທີ່ດີ? ນີ້ແມ່ນຄຳຖາມພື້ນຖານຈຳເປັນຖ້າພວກເຮົາເລືອກທີ່ຈະຍອມຮັບເອົາພາລະກິດຂອງພຣະເຈົ້າ.

 ພະເຢຊູບໍ່ໄດ້ມາເພື່ອເປີດຕົວແຕ່ຄຣິສຕະຈັກ. ພຣະອົງຍັງໄດ້ມາເປີດຕົວການເຄື່ອນໄຫວເພື່ອໃຫ້ອັກຂາສາວົກເຮັດໃຫ້ຄົນເປັນອັກຂາສາວົກດ້ວຍ. ອັກຂາສາວົກໄດ້ຖືກສ້າງຂຶ້ນ, ຄົນເຈັບປ່ວຍໄດ້ຮັບການປິ່ນປົວ, ຜູ້ທີ່ຫິວໂຫຍທາງຮ່າງກາຍແລະທາງວິນຍານໃດ້ຮັບອາຫານ, ຄົນທີ່ຖືກຄອບຄອງໃດ້ຮັບການປິ່ນປົວ, ແລະຄົນບາບໄດ້ຖືກນຳມາຮ່ວມສຳພັນເຂົ້າກັບພຣະເຈົ້າ.

ເຖິງຢ່າງໃດກໍ່ຕາມ, ຄຣິສຕະຈັກຂອງພວກເຮົາມັກຈະໃຊ້ການເປັນອັກຂາສາວົກທີ່ມີຊື່ສຽງເຊິ່ງເນັ້ນໜັກເຖິງຄວາມຮູ້ກ່ຽວກັບການ-ປ່ຽນແປງທັງໝົດຂອງການເປັນຄົນທີ່ນຳໄປສູ່ການເຮັດວຽກງານຂອງອານາຈັກຂອງພຣະເຈົ້າ. ສ່ວນຫລາຍການເປັນອັກຂາສາວົກໝາຍເຖິງພຽງແຕ່ການເຂົ້າຫ້ອງຮຽນເທົ່ານັ້ນ. ຄວາມຈິງການເປັນອັກຂາສາວົກຂອງພຣະເຢຊູແມ່ນໄດ້ໃຊ້ປະສົບການທີ່ຫ້າວຫັນທີ່ກ່ຽວຂ້ອງກັບ“ ຫົວ, ຫົວໃຈ, ແລະມື.”

ຫົວ. ພຣະເຢຊູເປັນຄູສອນທີ່ກ່ຽວຂ້ອງຄືກັບພວກອາຈານຊາວຢິວ. ພຣະເຢຊູມຸ່ງໃສ່“ຫົວ” ຂອງພວກອັກຂາສາວົກຂອງພຣະອົງເພື່ອໃຫ້ພວກເຂົາເຂົ້າໃຈເຖິງການສະເດັດມາຂອງອານາຈັກໃໝ່. ແຕ່ພຣະເຢຊູຍັງແນໃສ່ຫົວໃຈຂອງພວກລູກສິດຂອງພຣະອົງ.

ຫົວໃຈ.  ພຣະເຢຊູໃດ້ປ່ຽນອັກຂາສາວົກຂອງພຣະອົງຈາກຊາວປະມົງທຳມະດາໃຫ້ເປັນຜູ້ຫາມະນຸດ. ເພື່ອເຮັດສິ່ງນີ້ພຣະເຢຊູໄດ້ປ່ຽນຄວາມຕັ້ງໃຈພາຍໃນຂອງພວດເຂົາ. ພຣະອົງໄດ້ແນະນຳປະສົບການຂອງພວກເຂົາໃຫ້ກາຍເປັນຜູ້ນຳທີ່ດີ. ພຣະອົງໄດ້ຊ່ວຍພວກເຂົາໃຫ້ຖິ້ມຄວາມເຫັນແກ່ຕົວແລະເອົາໃຈໃສ່ຄົນອື່ນກ່ອນ. ພຣະອົງໄດ້ສະແດງໃຫ້ພວກເຂົາເຫັນວ່າອານາຈັກຂອງພຣະເຈົ້າບໍ່ກ່ຽວກັບ“ຕົວເຮົາເອງ”. ແລະພຣະເຢຊູຝຶກສອນພວກເຂົາໃຫ້ນຳພາແນວທາງຕ່າງໆທີ່ນຳເອົາລັດສະໝີພາບແລະກຽດຕິຍົດມາສູ່ພຣະເຈົ້າ. ແຕ່“ຫົວ” ແລະ“ຫົວໃຈ” ຍັງບໍ່ພຽງພໍ.

ຂ່າວປະເສີດແມ່ນເຕັມໄປດ້ວຍຕົວຢ່າງທີ່ພຣະເຢຊູໄດ້ເຊື້ອເຊີນພວກລູກສິດຂອງພຣະອົງໃຫ້ມືຂອງພວກເຂົາເ-ປື້ອນໃນວຽກງານການເຜີຍແຜ່ພະທຳ. ພວກເຂົາໃດ້ລ້ຽງ, ໃດ້ປະກາດ, ໃດ້ປິ່ນປົວ, ແລະໃດ້ບັບຕິສະມາຝູງຄົນ.ເປັນຫຍັງຈຶ່ງເປັນການຍາກສຳລັບຄຣິສຕະຈັກອາເມລິກາທີ່ຈະເຫັນສິ່ງນີ້ໃດ້? ຄວາມລົ້ມເຫຼວທີ່ບໍ່ຍອມຮັບເອົາທັງສາມຢ່າງໄດ້ສ້າງຄວາມອ່ອນແອໃຫ້ກັບອັກຂາສາວົກໃນຄຣິສຕະຈັກ. ພຣະເຢຊູມຸ່ງເເນໃສ່ຫົວ, ຫົວໃຈແລະມືຂອງອັກຂາສາວົກຂອງພຣະອົງເອງແລະພວກເຮົາກໍ່ຕ້ອງເຮັດເຫມືອນກັນ.

Translate »